ບີດີພີ ຢາກເຫັນນະຄອນຫຼວງວຽງຈັນສະອາດ - ສະຖາບັນການເງິນ ບີດີພີ

ບີດີພີ ຢາກເຫັນນະຄອນຫຼວງວຽງຈັນສະອາດ


ທ່ານເຊື່ອບໍ່ວ່ານະຄອນຫຼວງວຽງຈັນ ຈະກາຍເປັນເມືອງທີ່ມີເອກະລັກທີ່ດີຫຼາຍໆດ້ານຖ້າພວກເຮົາແຮງຮ່ວມໃຈກັນດ້ວຍການເຮັດສິ່ງເລັກໆນ້ອຍໆ ບໍ່ຕ້ອງຄິດໄປໄກຮອດຄວາມທີ່ຕ້ອງຈະເລີນກ້າວໜ້າຂຶ້ນເດືອນຂຶ້ນດາວ ທັນສະໄໝເຮືອນໃຫຍ່ຕຶກສູງ, ເຮົາລອງມາເຮັດໃນສິ່ງນ້ອຍໆໄກ້ໂຕເຮົາກ່ອນກໍຄືການຈັດການຂີ້ເຫຍື້ອທີ່ທຸກຄົນກໍອາດຈະຮູ້ແລ້ວວ່າມັນມາແຕ່ໃສ່ແຕ່ສິ່ງທີ່ມີໃນປະຈຸບັນ ພວກເຮົາກໍບໍ່ໄດ້ໂທດໃຜ່ອາດຈະເປັນພຶດທິກຳການຖິ້ມ ລະບົບການຈັດການບໍ່ດີ ຫຼື ຂ່າວສານປະຊາສຳພັນບໍ່ຕໍ່ເນື່ອງ, ດັ່ງນັ້ນ ບີດີພີ ເຮົາຈຶ່ງຢາກເປັນສ່ວນໜຶ່ງໃນການສ້າງສື່ອອນລາຍເພື່ອປະຊາສຳພັນໃຫ້ນະຄອນຫຼວງວຽງຈັນປ່ຽນໄປໃນທາງທີ່ສະອາດຂຶ້ນ.

     ທຸກທ່ານຕ້ອງເຊື່ອ ການປ່ຽນແປງສາມາດເປັນໄປໄດ້ຍົກຕົວຢ່າງ ເກາະໄຕ້ຫວັນ ຫຼາຍທ່ານອາດຈະຍັງບໍ່ເຄີຍຮູ້ວ່າໄຕ້ຫວັນທີ່ມີນະຄອນຫຼວງໄທເປເປັນເມືອງໃຫຍ່ທີ່ຈະເລີນກ້າວໜ້າທີ່ສຸດໃນໂລກໃນທຸກດ້ານໃນປະຈຸບັນ ເຄີຍເປັນເມືອງທີ່ມີຂີ້ເຫຍື້ອລົ້ນເມືອງກວ່ານະຄອນຫຼວງວຽງຈັນ ຍ້ອນຄວາມຈະເລີນເຮັດໃຫ້ຄົນຫຼັ່ງໄຫຼເຂົ້າມາເຮັດວຽກໃນເມືອງຢ່າງຫຼວງຫຼາຍ ລັດຖະບານຮັບມືບໍ່ທັນ ດັ່ງທີ່ເຮົາຮູ້ແລ້ວວ່າຄົນຫຼາຍບໍລິໂພກຫຼາຍຂີ້ເຫຍື້ອກໍຫຼາຍຕາມມາ ມີຂີ້ເຕັມໄປໝົດແບບທີ່ວ່າທຸກຈອກທຸກແຈ ເຕັມແຕ່ເສດຖົງພາສຕິກ ແລະ ກິ່ນເໝັນ ແຕ່ລັດຖະບານຊ່ວງນັ້ນໄດ້ປັບກົດລະບຽບໃໝ່ຫຼາຍຢ່າງຢ່າງຂັ້ມງວດ ຢົກຕົວຢ່າງກົດໜຶ່ງທີ່ຄິດວ່າບໍ່ໜ້າຈະໃຊ້ໄດ້ໃນປະເທດເຮົາກໍຄື: ລົດເກັບຂີ້ເຫຍື້ອຈະມາຕົງຕາມເວລາ ທຸກເຮືອນທີ່ມີຂີ້ເຫຍື້ອຕ້ອງແຢກຊະນິດຢ່າງດີພ້ອມທັງຢືນຖ້າລົດເກັບຂີ້ເຫຍື້ອຫ້າມວາງລົງພື້ນໜ້າບ້ານຈົນກວ່າຈະລົດຈະມາຮອດ ແລະ ຍືນຖົງໃຫ້ຄົນເກັບກັບມືຕົນເອງ

ດັ່ງນັ້ນເຮົາມາລົງມືປ່ຽນນະຄອນຫຼວງວຽງຈັນໄປພ້ອມກັນດ້ວຍ 6 ຂັ້ນຕອນງ່າຍໆ




ບໍ່ໃສ່ຖົງຖ້າບໍ່ຈຳເປັນເວລາໄປຊື້ສິນຄ້າຂະໜາດນ້ອຍ ຫຼື ນ້ຳໜັກບໍ່ຫຼາຍ ລວມເຄື່ອງໃສ່ຖົງດຽວຕາມຄວາມເໝາະສົມ


ວອນແມ່ຄ້າຊາວຂາຍທຸກຄົນໃສ່ຖົງເຄື່ອງໃຫ້ລູກຄ້າແບບລວມ ບໍ່ແຢກຫຼາຍຖົງ ສ້າງໂປໂມຊັນສ່ວນຫຼຸດໃຫ້ລູກຄ້າ ຖ້າລູກຄ້າບໍ່ເອົາຖົງ(ກໍລະນີນີ້ອາດຈະດີສຳລັບຮ້າງຮ້ານທີ່ໃຫຍ່)


ຂໍ້ນີ້ສຳຄັນທີ່ສຸດ* ເຖິງເວລາແລ້ວພວກເຮົາຈະຕ້ອງໝັ່ນສັ່ງສອນອົບຮົມລູກຫຼານຂອງເຮົາໃຫ້ຮູ້ຈັກການຖິ້ມຂີ້ເຫຍື້ອໃຫ້ເປັນບ່ອນເປັນທີ່, ຮູ້ຈັກແຍກລະຈັດສັນຂີ້ເຫຍື້ອ ແລະ ຮັບຜິດຊອບຕົນເອງ ສິ່ງຂອງຂອງຕົນເອງ ເພາະເດັກກໍຄືອະນາຄົດ ອະນາຄົດທີ່ບໍ່ໄກຢ່າງທີ່ຄິດ ອີກ 10ປີ ພວກເຂົາເຈົ້າຈະກາຍເປັນຜູ້ໃຫຍ່ທີ່ມິວິໄນ ແລະ ພັດທະນາປະເທດໄປໃນທາງທີ່ດີ



ທຸກຄົນຊ່ວຍກັນສ້າງຈິດສຳນຶກທີ່ດີບໍ່ຖິ້ມຂີ້ເຫຍື້ອຊະຊາຍ ຍົກຕົວຢ່າງຮ່ອງລະບາຍນ້ຳຝົນຕົກເທື່ອໃດນ້ຳຖ້ວມທາງຕະຫຼອດ ຄວາມຈິງແລ້ວຖ້າຮ່ອງນ້ຳລະບາຍໄດ້ດີນ້ຳຈະບໍ່ຖ້ວມທາງຖ້າຝົນບໍ່ຕົກໜັກແທ້ໆ
ຂໍ້ນີ້ຂໍຊົມເຊີຍພາກລັດທີ່ພະຍາມຄວບຄຸມຍານພາຫະນະບັນທຸກ ດິນ, ຊາຍ ຫຼື ແຮ່ທີ່ບັນທຸກລົ້ນເກີນຂີດຈຳກັດ ດ້ວຍການອອກກົດໃຫ້ລົດບັນທຸກບັນທຸກເຕັມຄວາມພໍດີ ແລະ ໃຊ້ຜ້າໃບປົກ ແຕ່ຄວາມເປັນຈິງພັດຍັງມີລົດຫຼາຍຄັນທີ່ຍັງຖືເບົາບໍ່ປະຕິບັດຕາມຢ່າງເຂັ້ມງວດອາດຈະເປັນບໍລິສັດເອກະຊົນບໍ່ເຄັງຂັດກັບໂຊເຟີລົດຈົກດິນທີ່ຕັກໃສ່ຈົນລົ້ນ ຫຼື ໂຊເຟີມັກງ່າຍແນວໃດບໍ່ອາດຮູ້  ກໍຄືທີ່ພວກເຮົາເຫັນ ຝຸ່ນ-ຂີ້ດິນ-ຊາຍ-ແຮ່ ທີ່ເຕັມຕາມຂອບທາງທີ່ເປັນບັນຫານໜັກໃນບາງພື້ນທີ່ ເຊັ່ນເຮັດໃຫ້ທໍ່ຕັນ, ນ້ຳຖ້ວມທາງ-ຖ້ວມເຮືອນ, ຂີ້ຝຸນ, ໄງ, ເສດຫີນຝົ້ງປານທາງດິນແດງເປັນຕົ້ນ ດັ່ງນນັ້ນເຖິງເວລາແລ້ວທີ່ພວກເຮົາບໍ່ວ່າພາກລັດ ຫຼື ເອກະຊົນຄວນມາເຮັດເພື່ອສ່ວນລວມ ກໍຄືນະຄອນຫຼວງວຽງຈັນ ແລະ ທົ່ວປະເທດ 
ຂໍ້ນີ້ງ່າຍໆກ່ອນຖິ້ມມ້ຽນມັດອັດປາກໃຫ້ດີບໍ່ໃຫ້ມີກິ່ນເໝັນລົບກວນຕົວເອງ ແລະ ຂ້າງບ້ານ

*ພວກເຮົາຕັ້ງໃຈຈະສ້າງສື່ຂ່າວສານເພື່ອເຜີຍແຜ່ສິ່ງທີ່ດີເພື່ອຫຼຸດຜ່ອນຂີ້ເຫຍື້ອທີ່ເປັນບັນຫາໃຫ້ໝົດໄປຈາກນະຄອນຫຼວງວຽງຈັນເພື່ອໃຫ້ນະຄອນຫຼວງວຽງຈັນເປັນເມືອງທີ່ດີທີ່ສຸດໃນດ້ານໃດດ້ານໜຶ່ງຂອງອາຊີ ແລະ ນັ້ນແມ່ນຄວາມຫວັງ! ພວກເຮົາຄິດວ່າທຸກຄົນກໍຫວັງແບບນັ້ນເຊັ່ນກັນ ມາເລີ່ມລົງມືກັນເລີຍ*
Previous
Next Post »

ສອບຖາມຂໍ້ມູນໂທ:(021)316505-7,ແຟັກ:(021)316506