ຮ່ວມມື ກສວ ກອງທຶນສົ່ງເສີມ ວນກ - ສະຖາບັນການເງິນ ບີດີພີ

ຮ່ວມມື ກສວ ກອງທຶນສົ່ງເສີມ ວນກ

      ສະຖາບັນການເງິນ ຈຸລະພາກ ທີ່ບໍ່ຮັບເງິນຝາກ ເພື່ອການພັດທະນາ ແລະ ສົ່ງເສີມທຸລະກິດ ຈຳກັດ ( ສກຈບ ບີດີພີ ) ໄດ້ຮັບການຮ່ວມມືສົ່ງເສີມ ກັບກະຊວງອຸດສາຫະກຳ ແລະ ການຄ້າ ໃນວຽກງານ ສົ່ງເສີມທຸລະກິດ ຂະໜາດນ້ອຍ ແລະ ກາງ.
       ກສວ ແມ່ນ ກອງທຶນ ສົ່ງເສີມທຸລະກິດ ແລະ ກອງທຶນສົ່ງເສີມ ນວກ ແມ່ນ ກອງທຶນ ສົ່ງເສີມທຸລະກິດ ຂະໜາດນ້ອຍ ແລະ ກາງ, ເຊີ່ງເປັນກອງທຶນ ສະໜັບສະໜຸນທາງດ້ານການເງິນ ໃຫ້ຈຸນລະວິສາຫະກິດ, ວິສາຫະກິດ ຂະໜາດນ້ອຍ ແລະ ກາງ ໃຫ້ເຕີບໃຫຍ່, ກ້າວໄກ, ເຂັ້ມແຂງ,​ ເຊີ່ງວ່າ ກສວ ເປັນຜູ້ລະດົມທຶນຈາກແຫຼ່ງຕ່າງໆຢ່າງລວມສູນ ເພື່ອຮັບປະກັນໃຫ້ມີທຶນຮອນທີ່ໝັ້ນຄົງ ແລະ ຕໍ່ເນື່ອງເຂົ້າໃນການ ສົ່ງເສີມ ວນກ, ສະໜອງສິນເຊື່ອໃຫ້ ວນກ ເພື່ອເພີ່ມທະວີຄວາມເຂັ້ມແຂງທາງດ້ານເສດຖະກິດຂອງຊາດ, ເພື່ອເພີ່ມທະວີການຜະລິດເປັນສິນຄ້າ ແລະ ບໍລິການ, ຂະຫຍາຍຖານລາຍຮັບໃຫ້ລັດຖະບານ, ສ້າງປະຖົມບັດໃຈ ຫັນເປັນອຸດສາຫະກຳ ແລະ ທັນສະໃໝ, ປະກອບສ່ວນເຂົ້້າໃນການພັດທະນາປະເທດຊາດ.
Previous
Next Post »

ສອບຖາມຂໍ້ມູນໂທ:(021)316505-7,ແຟັກ:(021)316506