ລວມ 4 ແຫຼ່ງສ້າງລາຍໄດ້ທີ່ສາມາດເຮັດຄູ່ກັບພະນັກງານເງິນເດືອນປະຈຳ - ສະຖາບັນການເງິນ ບີດີພີ

ລວມ 4 ແຫຼ່ງສ້າງລາຍໄດ້ທີ່ສາມາດເຮັດຄູ່ກັບພະນັກງານເງິນເດືອນປະຈຳ



ປະຈຸບັນຕົວເມືອງໃຫຍ່ໆ ຫຼາຍເມືອງ ອາຊີບທີ່ມີຫຼາຍທີ່ສຸດຄົງໜີບໍ່ພົ້ນພະນັກງານເງິນເດືອນປະຈຳທີ່ມັກຈະມີຄຳຈົ່ມໃຫ້ເຫັນກັນຕາມສັງຄົມອອນລາຍວ່າ: ສິ້ນເດືອນສິ້ນໃຈ, ທ້າຍເດືອນບໍ່ເຫັນເງິນເກັບ, ເງິນບໍ່ພໍໃຊ້ເຮັດໄປກະບໍ່ລວຍ ມື້ນີ້ຄົນໃດທີ່ຫຼົງເຂົ້າມາອ່ານບົດຄວາມນີ້ແລ້ວກະລຸນາອ່ານຕໍ່ໃຫ້ຈົບເພາະເຮົາຈະມາປົດລ໋ອກຂໍ້ອ້າງຫຼາຍຢ່າງທີ່ເຮົາມັກອ້າງເຊັ່ນ: ບໍ່ມີເວລາ, ບໍ່ມີທຶນ, ເຮັດໄປກໍບໍ່ໄດ້ດອກ ບາງທີມັນອາດຈະເປັນເປັນຈຸດປ່ຽນຂອງຊີວິດເຮົາເລີຍກໍເປັນໄດ້ມາເລີ່ມກັນກັບອາຊີບທີໜຶ່ງກັນເລີຍ

1. ຄ້າຂາຍຕາມຕະຫຼາດ ຫຼື ຊຸມຊົນ
ຫຼາຍຄົນເຫັນຄຳນີ້ແລ້ວອາດຈະບອກວ່າເປັນບ້າສິເອົາເວລາໃດໄປເຮັດຢ່າລືມວ່າທ່ານມີເງິນເດືອນປະຈຳຖ້າທ່ານຕັ້ງໃຈ ເກັບ3-4ເດືອນ ທ່ານສາມາດເອົາໄປລົງທຶນເຮັດຮ້ານຄ້ານ້ອຍໆ ຫຼືຂະໜາດກາງຕາມແຕ່ຕົ້ນທຶນເປັນຮ້ານທີ່ບໍ່ຕ້ອງເຊົ່າເປັນປີເຊິ່ງມີຫຼາຍໆຕະຫຼາດຮັບເກັບຄ່າເຊົ່າເປັນລາຍວັນລອງຕິດຕໍ່ກັບເຈົ້າຂອງຕະຫຼາດໂດຍກົງເລື່ອງນີ້ຜູ້ຂຽນເຮັດມາແລ້ວຄ່າເຊົ່າມື້ໜຶ່ງ 10,000ກີບ ສິນຄ້າຕ້ອງເປັນແບບງ່າຍໆທີ່ສາມາດເຮັດສິນຄ້າເອງໄດ້ ຫຼື ຮັບມາຂາຍຕໍ່ຍິງເປັນການດີ ຂາຍເຄືອງທີ່ຄົນໃຊ້ຫຼືກິນໃນຊີວິດປະຈຳວັນເຊັ່ນ: ຮ້ານເຄື່ອງແຫ້ງ, ເຂົ້າໜົມ, ທອດ, ປີ້ງ, ນ້ຳ... "ໃຜ່ສິເບິ່ງຮ້ານໃຫ້?" ຄຳຖາມນີ້ບໍ່ຍາກໃຫ້ຄິດຫາຄົນອ້ອມຂ້າງຕົນເອງທີ່ວ່າງວຽກເຊັ່ນ: ນ້ອງສາວ-ນ້ອງຊາຍ, ພີ່ປ້າໜ້າອາ, ພັນລະຍາ ຫຼື ແມ່ນແຕ່ພີນ້ອງທີ່ບໍ່ມີວຽກເຮັດງານທຳຢູ່ຕ່າງບ້ານຕ່າງເມືອງ ສ່ວນເລື່ອງສ່ວນແບ່ງແລ້ວແຕ່ຕົກລົງກັນ ແລ້ວທ່ານກໍຈະມີລາຍໄດ້ເພີ່ມໂດຍທີ່ທ່ານບໍ່ຕ້ອງລົງແຮງ. ທ່ານຮູ້ບໍ່ວ່າແມ່ຄ້າຂາຍເຂົ້າໜົມທອດຢູ່ຕະຫຼາດຄົນໜຶ່ງຂາຍເຂົ້າໜົມຕອນແລງດຽວ ໄດ້ເງິນ 175,000ກີບ ຫຼັງຈາກຫັກລາຍຈ່າຍລາວມີກຳໄລມື້ລະ 1ແສນກີບ ລວມ1ເດືອນລາວມີລາຍໄດ້ 3,000,000ກີບ ເຊິ່ງອາດຈະເທົ່າ ຫຼື ຫຼາຍກວ່າເງິນເດືອນພະນັກງງານປະຈຳຫຼາຍຄົນ.
*ການລົງທຶນຄືຄວາມສ່ຽງທ່ານຄວນພິຈາລະນາກ່ອນລົງທຶນທຸກຄັ້ງລາຍໄດ້ທີ່ກ່າວມາເປັນການສຳພາດຈິງຂອງແມ່ຄ້າວັນນັ້ນໆ ເຊິ່ງແຕ່ລະວັນອາດຈະແຕກຕ່າງກັນ

2. ທີ່ປຶກສາ
ວ້າວໆ...ທີ່ປຶກສາ ຄຳວ່າ "ເຮັດບໍ່ໄດ້" ຢ່າຟ້າວລອຍມາ ເປັນອາຊີບບໍ່ໃໝ່ແຕ່ປະຈຸບັນເລີ່ມມີຫຼາຍຂຶ້ນທີ່ພະນັກງງານເງິນເດືອນທຸກອາຊີບ(ຍ້ຳທຸກໆອາຊີບບໍ່ວ່າທ່ານຈະເປັນຫຍັ່ງ)ຄວນໃຫ້ຄວາມສຳຄັນບໍ່ວ່າຈະເປັນລັດຖະກອນ ຫຼື ເອກະຊົນ ແລະ ທ່ານຄວນຈະເປັນໃຫ້ໄດ້ ທີ່ປຶກສາໃນທີ່ນີ້ກໍຄືພະນັກງານຄົນໜຶ່ງທີ່ມີຄວາມຕັ້ງໃຈສຶກສາຮັບຜິຊອບກັບວຽງານຕົນເອງກຳລັງເຮັດໃຫ້ດີທີ່ສຸດໃນທຸກໆມື້ທີ່ເຂົ້າວຽກເຖິ່ງວ່າຈະບໍ່ແມ່ນອາຊີບທີ່ຕົນເອງມັກກໍຕາມ ຜ່ານເວລາ, ອຸປະສັກ, ບັນຫາທຸກຢ່າງໃນວຽກງານນັ້ນໆຈົນຮູ້ເລິກເຊິ່ງ ແລະ ຊຳນານທຸກຢ່າງໃນສາຍອາຊີບຂອງຕົນ ແລ້ວທ່ານຈະຮູ້ສຶກວ່າປະສົບການ ແລະ ຄວາມຮູ້ຂອງທ່ານນັ້ນມີຄ່າມະຫາສານ ແລະພ້ອມແລ້ວທີ່ຈະສະແດງອອກມາເພື່ອສ້າງລາຍໄດ້ອີກທາງໜຶ່ງກໍ່ຄື "ທີ່ປຶກສາ" ການຫາວຽກເປົ້າໝາຍກໍຄື ບໍລິສັດ ຫຼື ອົງກອນເກີດໃໝ່ ຫຼືພາກສ່ວນທຸລະກິດທີ່ທ່ານຄິດວ່າສາມາດແນະນຳ ຫຼື ແກ້ໄຂບັນຫາໃຫ້ໄດ້ໂດຍການເປັນຜູ້ຊ່ວຍຜູ້ບໍລິຫານ ຫຼື ຜູ້ຮ່ວມຄິດໃຫ້ຄວາມຄິດເຫັນຊ່ວຍຊີ້ນຳແກ້ໄຂບັນຫາຢູ່ເບື້ອງຫຼັງ.

3. ຄ້າຂາຍເຄື່ອງອອນລາຍ
ປະຕິເສດບໍ່ໄດ້ວ່າພວກເຮົາທຸກຄົນກໍຄືພະນັກງານລ້ວນແຕ່ມີເຄື່ອງມືຕິດຕໍ່ສື່ສານກັນທາງອອນລາຍກັນເກືອບຈະທຸກຄົນ ແລະ ສັງຄົມອອນລາຍປະຈຸບັນກໍເປັນກິດຈະກຳທີ່ພວກເຮົພຸດາທຸກໃຊ້ງານກັນທຸກມື້ບໍ່ວ່າຈະເປັນ ວອດແອບ, ເຟສບຸກ, ຍູທູບ... ເຄື່ອງມືນີ້ແຫຼະທີ່ເປັນຊ່ອງທາງຄ້າຂາຍທີ່ດີທີ່ສຸດສຳລັບພະນັກງານບໍ່ວ່າຍິງ ຫຼື ຊາຍທີ່ບໍ່ມີເວລາໃນການເປີດໜ້າຮ້ານ ຍິ່ງຖ້າຜູ້ໃດມີຄົນຕິດຕາມ ຫຼື ໝູ່ເພື່ອນທາງອອນລາຍຕິດຕາມເປັນຈຳນວນຫຼາຍຍິ່ງຈະເຮັດໃຫ້ມີຄົນເຫັນສິນຄ້າເຮົາຫຼາຍຂຶ້ນ ແລະ ຍອດຂາຍກໍຈະດີຕາມມາເຊັ່ນກັນ ສ່ວນສິນຄ້າທີ່ຈະນຳມາຂາຍນັ້ນກໍຄວນທີ່ຈະເປັນສິນຄ້າທີ່ມີຄຸນນະພາບ ແລະທ່ານສາມາດຫາຊື້ມາໄດ້ງ່າຍ ຖ້າຫາກເປັນສິນຄ້າທີ່ທ່ານ ຫຼື ຄອບຄົວຂອງທ່ານສາມດຜະລິດໄດ້ໃນຍາມວ່າງຍິ່ງຈະເປັນການດີເພາະເຮົາຈະສາມາດຄວບຄຸມຄຸນນະພາບ-ລາຄາໄດ້

4. ກິດຈະກຳຍາມວ່າງ
ຄົນເຮົາຫຼາຍຄົນຫຼາຍຄົນກໍຫຼາຍຄວາມຄິດຫຼາຍໄອເດຍມີຄວາມທະນັດສ່ວນຕົວແຕກຕ່າງກັນ ມີພອນສະຫວັນມາແຕ່ເກີດບໍ່ຄືໃຜ່ ບາງຄົນມັກຮ້ອງເພງ , ບາງຄົນຫຼິ້ນດົນຕີ, ມັກແຕ້ມຮູບ, ມັກຫຼິ້ນກິລາ, ມັກເຮັດອາຫານ, ມັກອ່ານ-ມັກຂຽນ, ມັກເຮັດຈຸກຈິກງານຝີມີ, ມັກເຮັດເຟີນີເຈີ, ມັກສ້ອມມັກແປງ, ມັກເວົ້າມັກມັກນາສາລະພັດ... ຖ້າທ່ານຮູ້ສຶກໝັ້ນໃຈວ່າທ່ານມີຄວາມທະນັດທາງດ້ານໃດດ້ານໜຶ່ງຢູ່ແລ້ວຢ່າຖິ້ມໃຫ້ມັນຢູ່ຊື່ໆຈົ່ງໝັ່ນສຶກສາຊອກຮູ້ເພີ່ມຕື່ມ ແລະ ພັດທະນາມັນໃຫ້ມີຄວາມຊຳນານໃນດ້ານນັ້ນໆ ຫຼືຫາກທ່ານມີຄວາມຊຳນານໃນລະດັບ1ແລ້ວຈົ່ງລົງມືເລີຍສ້າງອາຊີບເສີມໃນຍາມວ່າງ ເພື່ອສ້າງລາຍໄດ້ເສີມເພີ່ມບວກກັບວຽກງານປະຈຳບໍ່ແນ່ສິ່ງນີ້ອາດຈະເປັນອາຊີບໃໝ່ໃຫ້ທ່ານໃນອະນາຄົດກໍາເປັນໄດ້ ທ່ານໃດທີ່ອ່ານມາຮອດນີ້ແລ້ວຮູ້ສຶກວ່າທ່ານເປັນພະນັກງານເງິນເດືອນຄົນຫນຶ່ງໃຫ້ລອງຖາມຕົນເອງເບິ່ງວ່າທ່ານສິເຮັດວຽກທີ່ທ່ານເຮັດນີ້ໄປຮອດອາຍຸຈັກປີ ແລ້ວຫຼັງຈາກນັ້ນ 30ປີທ່ານສິເຮັດຫຍັ່ງຕໍ່ ທ່ານຄິດວ່າທ່ານສາມາດມີເງິນເກັບຫຼັງຈາກກະສຽນແລ້ວລ້ຽງຕົນເອງແລະຄອບຄົວຕໍ່ອີກ20-30ປີໄດ້ບໍ່ ດັ່ງນັ້ນເຮົາຄວນມີກິດຈະກຳເຮັດຫຼັງເລີກວຽກຢ່າງນ້ອຍ1ຢ່າງ ເພື່ອທີ່ຈະບໍ່ໃຫ້ຕົນເອງວ່າງ ດີກວ່າເອົາເວລານັ້ນໄປທຳຮ້າຍສຸຂະພາບ-ຈິດໃຈຕົວເອງ, ຄອບຄົວ ແລະ ສັງຄົມ.
Previous
Next Post »

ສອບຖາມຂໍ້ມູນໂທ:(021)316505-7,ແຟັກ:(021)316506