ຂໍ້ດີ ແລະ ຂໍ້ເສຍຂອງການດື່ມເບຍ - ສະຖາບັນການເງິນ ບີດີພີ

ຂໍ້ດີ ແລະ ຂໍ້ເສຍຂອງການດື່ມເບຍ



ຂໍ້ດີຂອງເບຍ
-ຊ່ວຍໃຫ້ອາຍຸຍືນ
ຈາການສຶກສາຫຼາຍກວ່າ 50ສຳນັກພົບວ່າຜູ້ດື່ມເບຍມື້ລະ 2ຈອກມັກຈະມີອາຍຸຍືນຍາວເນື່ອງຈາກເບຍມີສານປົກປ້ອງຫົວໃຈ

-ຫຼຸດຄວາມສ່ຽງໂລກອຳມາພຶກອຳມະພາດ
ສານທີ່ມີປະໂຫຍດໃນເບຍສາມາດຊ່ວຍປ້ອງກັນເສັ້ນເລືດອຸດຕັນຈຶ່ງຊ່ວຍປ້ອງກັນໂລກອຳມາພຶກອຳມະພາດໄດ້

-ຊ່ວຍໃຫ້ກະດູກເເຂງແຮງ
ເບຍມີຜົນດີຕໍ່ກະດູກສາມາດຊ່ວຍປ້ອງກັນໂລກກະດູກຜ່ອຍໄດ້ແຕ່ໄດ້ຜົນສະເພາະໜຸ່ມສາວເທົ່ານັ້ນ

-ປ້ອງກັນເບົາຫວານ
ຜູ້ທີ່ດື່ມເບຍສ່ວນຫຼາຍຈະບໍ່ຄ່ອຍເປັນເບົາຫວານ ເພາະເບຍເຮັດໃຫ້ຮ່າງກາຍສາມາດລັງສານຮໍໂມນອິນຊູລິນ ເຊິ່ງມີໜ້າທີ່ຄວບຄຸມ-ເຜົາຜານຄາໂບໄຮເດຣດ ແລະ ນ້ຳຕານໃຫ້ປ່ຽນເປັນພະລັງງານເຂົ້າໄປສູ່ກ້າມຊີ້ນ ແລະ ເຊວຕ່າງໆ

-ປ້ອງກັນໂລກຫົວໃຈ
ຜູ້ທີ່ດື່ມເບຍມີຄວາມຕໍ່ໂລກຫົວໃຈນ້ອຍກວ່າຄົນທີ່ບໍ່ດື່ມເບຍ 40-60% ແຕ່ຄວນດື່ມມື້ລະ 2ຈອກ

ຂໍ້ເສຍຂອງເບຍ
ໂດຍສະເພາະກັບຕັບເຊິ່ງຕັບຈະເຮັດວຽກໜັກເປັນພິເສດເວລາທີ່ດື່ມເຄື່ອງດື່ມທີ່ມີທາດເຫຼົ້າເຂົ້າໄປໃນຕັບ ຕັບເປັນອະໄວຍະວະທີ່ຊ່ວຍຂັບສານພິດອອກຈາກຮ່າງກາຍແຕ່ຖ້າຕັບເສຍຫາຍຮ່າງກາຍຂອງຄົນເຮົາກໍຈະໄດ້ຮັບສານພິດໄປຕັມໆທີ່ສຳຄັນເບຍຍັງເຮັດໃຫ້ບວມຕຸ້ຍນຳອີກ

*ໃນນີ້ຂໍ້ດີ ແລະຂໍ້ເສຍທີ່ກ່າວມາຂ້າງເທິງນີ້ໝາຍເຖິ່ງການດື່ມໃນປະລິມານທີ່ໜ້ອຍພໍດີບໍ່ແມ່ນການດື່ມໃນປະລິມານທີ່ຫຼາຍເກີນໄປເຊິ່ິງຖ້າດື່ມຫຼາຍເກີນໄປຜົນດີກໍ່ບໍ່ອາດມີໄດ້ເລີຍ ຈະມີແຕ່ຜົນເສຍຢ່າງໜັກທີ່ທ່ານອາດຄາດບໍ່ເຖິ່ງຕໍ່ຊີວິດຊັບສິນທັງຕົນເອງ ແລະ ຜູ້ອື່ນຢ່າງໜ້າເສຍດາຍ

ຂ່າວສານ ສະຖາບັນການເງິນ ບີດີພີ
ແຊຣ໌ໃຫ້ໝູ່:
Your Website Title
Previous
Next Post »

ສອບຖາມຂໍ້ມູນໂທ:(021)316505-7,ແຟັກ:(021)316506