ຍາແກ້ຄວາມຈົນຍີ່ຫໍ້ ລີກາຊິງ ມະຫາເສດຖີຈີນຮົງກົງ - ສະຖາບັນການເງິນ ບີດີພີ

ຍາແກ້ຄວາມຈົນຍີ່ຫໍ້ ລີກາຊິງ ມະຫາເສດຖີຈີນຮົງກົງ



    ລີກາຊິງ ມະຫາເສດຖີລະດັບ 23 ຂອງໂລກຊາວຈີນຮົງກົງ ຈັດອັນດັບໂດຍວາລະສານຟອບ Forbes (July 2018) ດ້ວຍມູນຄ່າຊັບສິນ 34,900ລ້ານໂດລາສະຫະລັດເຈົ້າຂອງທຸລະກິດຫຼາກຫຼາຍຢ່າງກ່ຽວກັບ ອະສັງຫາລິມະຊັບ, ການສື່ສານ, ໂຮງແຮມ ປະກັນຊີວິດ, ອຸດສາຫະກຳ, ກິລາ, ຂົນສົ່ງ... ຈາກຄອບຄົວຍາກຈົນຢູ່ສະລຳສູ່ມະຫາເສດຖີ ລີກາຊິງເຄີຍແນະນຳວິທີບໍລິຫານເງິນໄວ້ວ່າຖ້າຢາກລວຍໄດ້ພາຍໃນ 5 ປີແບບແນ່ນອນຖ້າປະຕິບັດຢ່າງຈິງຈັງ: ເມື່ອໄດ້ເງິນມາບໍ່ວ່າກໍລະນີໃດຄວນແບ່ງເງິນອອກເປັນ 5ສ່ວນ

1. ເງິນສຳລັບໃຊ້ຈ່າຍໃນຊີວິດປະຈຳວັນ 30%
   ສ່ວນນີ້ຄວນບໍລິຫານ ແລະໃຊ້ຈ່າຍຢ່າງລະມັດລະວັງໃຊ້ກັບສິ່ງທີ່ຈຳເປັນແທ້ໆໃນຊີວິດປະຈຳວັນ ບໍ່ໍ່ຄວນໃຊ້ຈ່າຍກັບສິ່ງຟຸ່ມເຟືອຍ

2. ເງິນສຳລັບເຂົ້າສັງຄົມສັງສັນກັບໝູ່ຄູ່ 20%
    ເປັນເງິນສຳລັບໃຊ້ລ້ຽງຜູ້ອື່ນ ເພື່ອສ້າງຄວາມສຳພັນທີ່ດີກັບໝູ່ຄູ່ໂດຍສະເພາະຄົນທີ່ເກັ່ງ ມີຄວາມຮູ້ ແລະລ້ຳລວຍກວ່າເຮົາ ເພື່ອເຮົາຈະໄດ້ຮຽນຮູ້ສິ່ງຕ່າງໆຊຶມຊັບໂອກາດດີໆກັບພວກເຂົາເຫຼົ່ານັ້ນ

3. ເງິນສຳລັບຮຽນຮູ້  15%
    ເປັນເງິນທີ່ໃຊ້ໃນການຄົ້ນຫາຄວາມຮູ້ໃໝ່ໆເຊັ່ນ: ຊື້ໜັງສືມາອ່ານເພື່ອເພີ່ມທັກສະ ຫຼື ເຂົ້າສຳມະນາຕ່າງໆ...

4. ເງິນສຳລັບທ່ອງທ່ຽວ  10%
ສ່ວນນີ້ເພິ່ນແນະນຳວ່າໃຫ້ລອງໄປເປີດຫູເປີດຕາພົບເຈິກັບສິ່ງໃໝ່ຢ່າງນ້ອຍປີລະ 1ຄັ້ງ ດ້ວຍການໄປທ່ອງທ່ຽວຕ່າງປະເທດ  ຕ່າງບ້ານຕ່າງເມືອງ ຫຼື ສະຖານທີ່ທີ່ເຮົາບໍ່ເຄີຍໄປມາກ່ອນເພື່ອປະສົບການທີ່ບໍ່ຄຸ້ນເຄີຍທີ່ອາດປ່ຽນທັດສະນະຄວາມຄິດຂອງພວກເຮົາໃຫ້ກວ້າງຂຶ້ນ

5. ອອມເງິນສ່ວນນີ້ໄວ້ສຳລັບລົງທຶນເພື່ອເລີ່ມທຸລະກິດ 25%
   ເປັນເງິນທີ່ກຽມໄວ້ເຮັດທຸລະກິດເພື່ອບໍ່ໃຫ້ເງິນຢູ່ລ້າໆຄວນນຳໄປລົງທຶນໃນສິງທີ່ຈະເກີດຜົນກຳໄລຕ່າງໆ ບໍ່ວ່າຈະເປັນຄ້າຂາຍ ລົງທຶນໃນອະສັງຫາລິມະຊັບ...ສ່ວນນີ້ຄົນມັກເຂົ້າໃຈຜິດຄິດວ່າຕ້ອງມີເງິນຫຼາຍໆຈຶ່ງນຳໄປລົງທຶນ ແຕ່ບໍ່ແມ່ນແນວນັ້ນເກັບໄດ້ສ່ວນໃດສ່ວນແລ້ວນຳໄປເຮັດທຸລະກິດນ້ອຍໆກໍໄດ້ ເພາະທຸລະກິດສ່ວນຫຼາຍທີ່ປະສົບຜົນສຳເລັດກໍເລີ່ມຈາກຈຸດນ້ອຍໆກັນທັງນັ້ນ.
     ຖ້າຫາກທ່ານປະຕິບັດຕາມຢ່າງຈິງຈັງແລ້ວ 1ປີຜ່ານໄປລາຍໄດ້ເພີ່ມຂຶ້ນກວ່າປົກກະຕິຜ່ານມາ 1ເທົ່າໂຕສະແດງວ່າເປັນສັນຍານດີເຮັດຕໍ່ໄປທ່ານຈະມີຊີວິດທີ່ດີຂຶ້ນແນ່ນອນ.

ອ່ານປະຫວັດຂອງເພິ່ນ  ທີ່ນີ້ 
ແຊຣ໌ໃຫ້ໝູ່:
Your Website Title
Previous
Next Post »

ສອບຖາມຂໍ້ມູນໂທ:(021)316505-7,ແຟັກ:(021)316506